top of page
  • Facebook
  • ไอคอน YouTube ดำ
  • Twitter
นิ้วชี้ไปที่เอกสารกราฟ
ພິມ-ອອກແບບເອກະສານ

     ການພິມ ພວກເຮົາໄດ້ມີບໍລິການ ການພິມເອກະສານເພື່ອທ່ານ ການພິມຕ່າງໆແມ່ນອີງຕາມທີ່ທ່ານຕ້ອງການ ເຊິ່ງທ່ານສາມາດນຳເອົາເນື້ຫາຫຼືແບບທີ່ທ່ານໄດ້ແຕ່ໄວ້ແລ້ວ ມາໃຫ້ພວກເຮົາພິມຕາມນັ້ນໄດ້ເລີຍເພື່ອງ່າຍໃນການພິມແລະມີຄວາມວ່ອງໄວພ້ອມ.

 ປະເພດທີ່ຮອງຮັບ. 

     ການພິມທີ່ພວກເຮົາໄດ້ບໍລິການນີ້ແມ່ນພວກເຮົາໄດ້ມີການຮອງຮັບແຕ່ພຽງຂະໜາດສູງ A4 ເຊິ່ງເປັນກະດາດທີ່ສຳນັກງານອົງການຈັດຕັ້ງທົ່ວໄປນິຍົມກັນໃຊ້. ແຕ່ພວກເຮົາບໍ່ໄດ້ໝາຍຄວາມວ່າຈະບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ແຕ່ເນື່ອງຈາກວ່າ ສັງຄົມບໍ່ຄ່ອຍມີການນິຍົມໃຊ້ ແລະຖ້າຫາກວັນໜຶ່ງໄດ້ມີການຮຽກຮ້ອງແລະມີການນິຍົມການໃຊ້ແລ້ວ ພວກເຮົາກໍຈະນຳມາປະຍຸກແລະນຳສິນຄ້າເຫຼົ່ານັ້ນມາບໍລິການໃຫ້ແກ່ລູກຄ້າ ເພື່ອຄວາມສະດວກໃຫ້ແກ່ລູກຄ້າອີກດ້ວຍ ປັດໃຈຕ່າງໆເຫຼົ່ານີ້ແມ່ນຂຶ້ນກັບລູກໃຫ້ຄວາມສົນໃຈຂະໜາດໃດ.

ການຄິດຄ່າບໍລິການ. 

      ການຄິດຄ່າບໍລິການຂອງພວກເຮົາ ແມ່ນອີງຕາມການໃຊ້ບໍລິການຂອງລູກຄ້າ ໂດຍແມ່ນການຄິດໄລ່ຈຳນວນການໃຊ້ງານເປັນຕົວຈິງ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້:

 ປະເພດເອກະສານ  

ເອກສານ A4 ທຳມະດາ ຂາວ-ດຳ  ລາຄາ 1.000-2.000 ກີບ/ໃບ

ເອກສານ A4 ທຳມະດາ ພິມສີ      ລາຄາ 2.000-5.000 ກີບ/ໃບ

บัตรสีชมพู
ພິມ-ອອກແບບບັດເຊີນ

    ການພິມບັດເຊີນ ພວກເຮົາໄດ້ມີບໍລິການທີ່ຫຼາຍຮູບແບບ ແຕ່ອີງຕາມກໍລະນີທີ່ທ່ານລູກຄ້າຕ້ອງການ ເຊິ່ງທ່ານສາມາດນຳເອົາເນື້ອຫາຫຼືແບບທີ່ທ່ານໄດ້ແຕ່ງໄວ້ແລ້ວ ມາໃຫ້ພວກເຮົາພິມຕາມນັ້ນໄດ້ເລີຍເພື່ອງ່າຍໃນການພິມແລະມີຄວາມວ່ອງໄວພ້ອມ.

ປະເພດທີ່ຮອງຮັບ.

            ການພິມທີ່ພວກເຮົາໄດ້ບໍລິການນີ້ແມ່ນພວກເຮົາໄດ້ມີການຮອງຮັບແຕ່ພຽງຂະໜາດສູງ A4 ເຊິ່ງເປັນກະດາດທີ່ສຳນັກງານອົງການຈັດຕັ້ງທົ່ວໄປນິຍົມກັນໃຊ້. ແຕ່ພວກເຮົາບໍ່ໄດ້ໝາຍຄວາມວ່າຈະບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ແຕ່ເນື່ອງຈາກວ່າ ສັງຄົມບໍ່ຄ່ອຍມີການນິຍົມໃຊ້ ແລະຖ້າຫາກວັນໜຶ່ງໄດ້ມີການຮຽກຮ້ອງແລະມີການນິຍົມການໃຊ້ແລ້ວ ພວກເຮົາກໍຈະນຳມາປະຍຸກແລະນຳສິນຄ້າເຫຼົ່ານັ້ນມາບໍລິການໃຫ້ແກ່ລູກຄ້າ ເພື່ອຄວາມສະດວກໃຫ້ແກ່ລູກຄ້າອີກດ້ວຍ ປັດໃຈຕ່າງໆເຫຼົ່ານີ້ແມ່ນຂຶ້ນກັບລູກໃຫ້ຄວາມສົນໃຈຂະໜາດໃດ.

ການຄິດຄ່າບໍລິການ. 

            ການຄິດຄ່າບໍລິການຂອງພວກເຮົາ ແມ່ນອີງຕາມການໃຊ້ບໍລິການຂອງລູກຄ້າ ໂດຍແມ່ນການຄິດໄລ່ຈຳນວນການໃຊ້ງານເປັນຕົວຈິງ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້:

ປະເພດເອກະສານ 

ເອກສານ A4 ທຳມະດາ ຂາວ-ດຳ      ລາຄາ 1.000-2.000 ກີບ/ໃບ

ເອກສານ A4 ທຳມະດາ ພິມສີ           ລາຄາ 2.000-3.000 ກີບ/ໃບ

ເອກສານ A4 ແຂງພິມສີ(ແບບພິມພຣີມ້ຽມ)        ລາຄາ3.000-5.000 ກີບ/ໃບ

ການສັ່ງຈອງສິນຄ້າ

     ການສັ່ງຈອງສິນຄ້າຫລືສັ່ງບໍລິການລວງໜ້າແມ່ນທ່ານສາມາດສັ່ງໄດ້, ແຕ່ທ່ານຕ້ອງປະຕິບັດຕາມເງື່ອນໄຂຂັ້ນຕອນດັ່ງຕໍ່ໄປນີ້ນັ້ນກໍຄື:

  1. ຈ່າຍເງິນ 5/10 ໃນຈຳນວນສິນຄ້າຕົວຈິງ

  2. ຖ່າຍກັອບປີ້ ສຳມະໂນຄົວຫຼືບັດປະຈຳຕົວຫຼືໃບຂັບຂີ່ຫຼືຮູບບຸກຄົນໄວ້ເພື່ອເປັນຫຼັກຖານໃນການຢັ້ງຢືນຂໍ້ມູນຕ່າງໆຂອງທ່ານລູກຄ້າໄດ້.

  3. ແຈ້ງເບີໂທທີ່ສາມາໃຊ້ໄດ້ຈິງ.

     ເມືອປະຕິບັດຕາມຂັ້ນຕອນຕ່າງໆຕາມຂ້າງເທິງແລ້ວ ທາງພະນັກງານພວກເຮົາຈະມີການກວດສອບຂໍ້ມູນລຂອງທ່ານລູກຄ້າຢ່າງລະອຽດ ກ່ອນທີ່ຈະສາມາດອະນຸມັດຕາມລາຍການທີ່ທ່ານລູກຄ້າສັ່ງຈອງສິນຄ້ານັ້ນໄດ້

e5f4e198424369.5edbd4c7a3990.jpg
ພິມ-ອອກແບບປ້າຍຊື່

     ພວກເຮົາໃຫ້ບໍລິການ ອອກແບບ,ພິມແລະຈຳໜ່າຍ ປ້າຍເສື້ອນັກຮຽນ ທີ່ມີຄຸນນະພາບ ແລະໃຫ້ທັງຄວາມງ່າຍໃນການໃສ່(ຕິດເສື້ອ) ສາມາດຖອດ-ໃສ່ຕາມຄວາມຕ້ອງການ

ວັດສະດຸທີ່ໃຊ້

     ເມື່ອເຮົາອອກແບບແລະພິມອອກມາສຳເລັດແລ້ວ ພວກເຮົາກໍນຳເອົາ ປ້າຍນັ້ນມາເຂົ້າສູ່ຂະບວນການການເອົາມາເຄືອບຢາງ ຫລື ທີ່ມັກເອີ້ນກັນວ່າ ອັດແຂງນັ້ນເອງ ໂດຍໃຊ້ຄວາມຮ້ອນເພື່ອເຮັດໃຫ້ ຢາງພລາສຕິກນັ້ນອັດເປັນເນື້ອດຽວກັນ ບໍ່ມີຊ່ອງບ່ອນອາກາດ,ນ້ຳຫລືຝຸ່ນລະອອງ ທີ່ຈະສາມາດເຂົ້າໄປໄດ້ ເຊິ່ງຈະອອກແບບເປັນສູນຍາກາດ ເພື່ອເພີ່ມຄວາມທົນທານ ແລະຄວາມແຂງແກ່ນທີ່ດີຂຶ້ນ ຫລັງຈາກນັ້ນພວກເຮົາກໍ ນຳເອົາປ້າຍນັ້ນມາປະກອບເຂົ້າກັບ ບັອກປ້າຍໄວ້ແລ້ວກໍລີດຮ້ອນອີກເພື່ອປ້ອງກັນການຫລຸດຫລົ່ນຂອງປ້າຍ.

ລາຄາການຈຳໜ່າຍ.

1.  ປະເພດທຳມະດາ

     ພວກເຮົາຈຳໜ່າຍ ໂດຍອີງໃສ່ວັດສະດຸໃນການນຳໃຊ້ຕົວຈິງ ແລະອີງໃສ່ການນຳເຂົ້າລາຄາສິນຄ້າດ້ວຍເຊັ່ນກັນ ຖ້າຫາກລາຄາສິນຄ້າມີການປ່ຽນແປງ  ເພີ່ມຫຼືຫຼຸດລົງພວກເຮົາກໍຈະປະຕິບັດຕາມມາດຕະການເຫຼົ່ານັ້ນດ້ວຍ. ປັດຈຸບັນພວກເຮົາຂາຍໃນລາຄາທີ່ນ້ອງໆສາມາດຈັບຕ້ອງໄດ້ໃນ ລາຄາ 10.000 ກີບເທົ່ານັ້ນ.

2. ປະເພດແບບຕາມສັ່ງ

    ການບໍລິການ ແມ່ນການບໍລິການຕາມໃຈທ່ານລູກຄ້າ ເພື່ອສະໜອງຮູບແບບໃຫ້ແກ່ທ່ານລູກຄ້າ ບໍ່ວ່າຈະເປັນການຕົກແຕ່ງ ແບບອັກສອນ ,ເພີ່ມຮູບແບບສີສັນ ແລະລວດລາຍຕົວອັກສອນ ພວກເຮົາຈະມີການຄິດໄລ່ຄ່າເພີ່ມອີກຄື 15,000 ກີບ/ອັນເທົ່ານັ້ນ

ປ້າຍເສື້ອ ມໍຕົ້ນ.png
ປ້າຍເສື້ອ ມໍປາຍ.png
กรรมการ_ มือชี้ไปที่เอกสาร
ແບບຟຣ໌ອມເອກະສານທົ່ວໄປ

ຮ່າງເອກະສານຣາຊການແລະທົ່ວໄປ

    ພວກເຮົາໄດ້ຈັດລຽງ ຮ່າງເອກະສານທີ່ໃຊ້ຫຼາຍທີ່ສຸດໃນຊີວິດປະຈຳວັນ ເຊິ່ງພວກເຮົາໄດ້ນຳນຳເອົາມາ ຈຳໜ່າຍໃຫ້ກັບລູກຄ້າຕາມຄວາມຮຽກຮ້ອງຕ້ອງການ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າແລະບຸກຄົນ,ນິຕິບຸກຄົນ ທທີ່ມີຄວາມຈຳເປັນໃນການທີ່ຈະໃຊ້ເອກະສານ

ປະເພດເອກະສານ

  1. ໃບຢັ້ງຢືນທີ່ຢູ່.

  2. ໃບຍົກຍ້າຍ. 

  3. ໃບຢັ້ງຢືນການຊື້-ຂາຍ.

  4. ໃບຢັ້ງຢືນການຮັບປະກັນ.

  5. ໃບຢັ້ງຢືນສະຖານະບຸກຄົນ.

  6. ໃບຊີວະປະຫວັດຫຍໍ້.

  7. ບົດບັນທຶກການສູ່ຂໍບ່າວ-ສາວ.

  8. ບົດບັນທຶກການຢ່າຮ້າງ.

  9. ຮ່າງຄຳຮ້ອງຂໍຈົດທະບຽນແຕ່ງງານ.

  10. ຮ່າງສັນຍາການກູ້ເງິນ.

  11. ຮ່າງສັນຍາການຄ້ຳປະກັນການກູ້ເງິນ.

  12. ຮ່າງຄຳຮ້ອງຟ້ອງ.

  13. ຮ່າງສັນຍາການຊື້-ຂາຍກຳມະສິດທີ່ດິນ.

  14. ຮ່າງສັນຍາການເຊົ່າເຮືອນ.

  15. ຮ່າງເຮັດພັສປອຣ໌ດ

กรรมการ_ มือชี้ไปที่เอกสาร
ອອກແບບດີໄຊນ໌ເອກະສານ

ການອອກແບບເອກກະສານ

ປະເພດທີ່ຮອງຮັບໃນການອອກແບບ

  1. ອອກແບບ ລັກສະນະເອກະສານ.

ພວກເຮົາ ຮັບອອກແບບລັກສະນະເອກະສານ ບໍ່ວ່າຈະເປັນ ເອກະສານ ບົດລາຍງານ,ບົດສອນ,ບົດຮຽນ,ປຶ້ມເພງ,ປຶ້ມຄູ່ມື ແລະເອກະສານທົ່ວໄປ, ເຊິ່ງພວກເຮົາສາມາດຮັບຕາມທີ່ທ່ານລູກຄ້າສົນໃຈ ຫຼືຕ້ອງການຮູບທີ່ຕົນເອງມັກຫຼືຕ້ອງການອີກດ້ວຍ.

  1.  ອອກແບບໜ້າປົກເອກະສານ.

ການອອກແບບໜ້າປົກແມ່ນພວກເຮົາ ຈະອອກແບບຕາມລັກສະນະເອກະສານ ຄືຕາມເນື້ອໃນໃຈຄວາມ ເປັນແບບທຳມະດາ, ແຕ່ຖ້າຫາກລູກຄ້າຕ້ອງການຢາກໄດ້ໜ້າປົກໃນແບບທີ່ຕ້ອງການຫຼືແບບພຣີມ້ຽມ ທ່ານລູກຄ້າສາມາດສັ່ງຕາມທີ່ຕ້ອງການໄດ້ເລີຍ ແຕ່ແພັກເກຈຈະສູງຂຶ້ນຕາມຮູບຮູບແບບເອກະສານເຊັ່ນກັນ.

  1. ອອກແບບສາລະບານ.

ສາລະບານ ແມ່ນສິ່ງທີ່ສຳຄັນທີ່ເອກະສານທຸກເຫຼັ້ມຄວນຈະມີ ແຕ່ຖ້າຫາກທ່ານລູກຄ້າຕ້ອງທີ່ຈະສັ່ງອອກແບບ ສາລະບານໃນແບບພິເສດຫຼືແບບພຣີມ້ຽມ ແມ່ນແພັກເກຈຈະມີລາຄາສູງຂຶ້ນຕາມໆກັນໄປ

ການໃຫ້ບໍລິການ

ວັນຈັນ-ວັນສຸກ ເວລາ 8:30-16:30

ວັນອາທິດ ພັກການໃຫ້ບໍລິການ

ວັນເສົາ ເວລາ 8:00 - 13:30 ໂມງ

Address. 18A Ban Khang loum Village,

Sanamxay District, Attapeu Provinc

Tel. +856 2091257704 & 2078722006

Copyright © 2021 by OJEC.SERVE  | ເງື່ອໄຂແລະຂໍ້ກຳນົດ

bottom of page