


ພິມ-ອອກແບບເອກະສານ
ການພິມ ພວກເຮົາໄດ້ມີບໍລິການ ການພິມເອກະສານເພື່ອທ່ານ ການພິມຕ່າງໆແມ່ນອີງຕາມທີ່ທ່ານຕ້ອງການ ເຊິ່ງທ່ານສາມາດນຳເອົາເນື້ຫາຫຼືແບບທີ່ທ່ານໄດ້ແຕ່ໄວ້ແລ້ວ ມາໃຫ້ພວກເຮົາພິມຕາມນັ້ນໄດ້ເລີຍເພື່ອງ່າຍໃນການພິມແລະມີຄວາມວ່ອງໄວພ້ອມ.
ປະເພດທີ່ຮອງຮັບ.
ການພິມທີ່ພວກເຮົາໄດ້ບໍລິການນີ້ແມ່ນພວກເຮົາໄດ້ມີການຮອງຮັບແຕ່ພຽງຂະໜາດສູງ A4 ເຊິ່ງເປັນກະດາດທີ່ສຳນັກງານອົງການຈັດຕັ້ງທົ່ວໄປນິຍົມກັນໃຊ້. ແຕ່ພວກເຮົາບໍ່ໄດ້ໝາຍຄວາມວ່າຈະບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ແຕ່ເນື່ອງຈາກວ່າ ສັງຄົມບໍ່ຄ່ອຍມີການນິຍົມໃຊ້ ແລະຖ້າຫາກວັນໜຶ່ງໄດ້ມີການຮຽກຮ້ອງແລະມີການນິຍົມການໃຊ້ແລ້ວ ພວກເຮົາກໍຈະນຳມາປະຍຸກແລະນຳສິນຄ້າເຫຼົ່ານັ້ນມາບໍລິການໃຫ້ແກ່ລູກຄ້າ ເພື່ອຄວາມສະດວກໃຫ້ແກ່ລູກຄ້າອີກດ້ວຍ ປັດໃຈຕ່າງໆເຫຼົ່ານີ້ແມ່ນຂຶ້ນກັບລູກໃຫ້ຄວາມສົນໃຈຂະໜາດໃດ.
ການຄິດຄ່າບໍລິການ.
ການຄິດຄ່າບໍລິການຂອງພວກເຮົາ ແມ່ນອີງຕາມການໃຊ້ບໍລິການຂອງລູກຄ້າ ໂດຍແມ່ນການຄິດໄລ່ຈຳນວນການໃຊ້ງານເປັນຕົວຈິງ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້:
ປະເພດເອກະສານ
ເອກສານ A4 ທຳມະດາ ຂາວ-ດຳ ລາຄາ 1.000-2.000 ກີບ/ໃບ
ເອກສານ A4 ທຳມະດາ ພິມສີ ລາຄາ 2.000-5.000 ກີບ/ໃບ

ພິມ-ອອກແບບບັດເຊີນ
ການພິມບັດເຊີນ ພວກເຮົາໄດ້ມີບໍລິການທີ່ຫຼາຍຮູບແບບ ແຕ່ອີງຕາມກໍລະນີທີ່ທ່ານລູກຄ້າຕ້ອງການ ເຊິ່ງທ່ານສາມາດນຳເອົາເນື້ອຫາຫຼືແບບທີ່ທ່ານໄດ້ແຕ່ງໄວ້ແລ້ວ ມາໃຫ້ພວກເຮົາພິມຕາມນັ້ນໄດ້ເລີຍເພື່ອງ່າຍໃນການພິມແລະມີຄວາມວ່ອງໄວພ້ອມ.
ປະເພດທີ່ຮອງຮັບ.
ການພິມທີ່ພວກເຮົາໄດ້ບໍລິການນີ້ແມ່ນພວກເຮົາໄດ້ມີການຮອງຮັບແຕ່ພຽງຂະໜາດສູງ A4 ເຊິ່ງເປັນກະດາດທີ່ສຳນັກງານອົງການຈັດຕັ້ງທົ່ວໄປນິຍົມກັນໃຊ້. ແຕ່ພວກເຮົາບໍ່ໄດ້ໝາຍຄວາມວ່າຈະບໍ່ສາມາດເຮັດສິ່ງເຫຼົ່ານີ້ໄດ້ແຕ່ເນື່ອງຈາກວ່າ ສັງຄົມບໍ່ຄ່ອຍມີການນິຍົມໃຊ້ ແລະຖ້າຫາກວັນໜຶ່ງໄດ້ມີການຮຽກຮ້ອງແລະມີການນິຍົມການໃຊ້ແລ້ວ ພວກເຮົາກໍຈະນຳມາປະຍຸກແລະນຳສິນຄ້າເຫຼົ່ານັ້ນມາບໍລິການໃຫ້ແກ່ລູກຄ້າ ເພື່ອຄວາມສະດວກໃຫ້ແກ່ລູກຄ້າອີກດ້ວຍ ປັດໃຈຕ່າງໆເຫຼົ່ານີ້ແມ່ນຂຶ້ນກັບລູກໃຫ້ຄວາມສົນໃຈຂະໜາດໃດ.
ການຄິດຄ່າບໍລິການ.
ການຄິດຄ່າບໍລິການຂອງພວກເຮົາ ແມ່ນອີງຕາມການໃຊ້ບໍລິການຂອງລູກຄ້າ ໂດຍແມ່ນການຄິດໄລ່ຈຳນວນການໃຊ້ງານເປັນຕົວຈິງ ເຊິ່ງມີລາຍລະອຽດດັ່ງຕໍ່ໄປນີ້:
ປະເພດເອກະສານ
ເອກສານ A4 ທຳມະດາ ຂາວ-ດຳ ລາຄາ 1.000-2.000 ກີບ/ໃບ
ເອກສານ A4 ທຳມະດາ ພິມສີ ລາຄາ 2.000-3.000 ກີບ/ໃບ
ເອກສານ A4 ແຂງພິມສີ(ແບບພິມພຣີມ້ຽມ) ລາຄາ3.000-5.000 ກີບ/ໃບ
ການສັ່ງຈອງສິນຄ້າ
ການສັ່ງຈອງສິນຄ້າຫລືສັ່ງບໍລິການລວງໜ້າແມ່ນທ່ານສາມາດສັ່ງໄດ້, ແຕ່ທ່ານຕ້ອງປະຕິບັດຕາມເງື່ອນໄຂຂັ້ນຕອນດັ່ງຕໍ່ໄປນີ້ນັ້ນກໍຄື:
-
ຈ່າຍເງິນ 5/10 ໃນຈຳນວນສິນຄ້າຕົວຈິງ
-
ຖ່າຍກັອບປີ້ ສຳມະໂນຄົວຫຼືບັດປະຈຳຕົວຫຼືໃບຂັບຂີ່ຫຼືຮູບບຸກຄົນໄວ້ເພື່ອເປັນຫຼັກຖານໃນການຢັ້ງຢືນຂໍ້ມູນຕ່າງໆຂອງທ່ານລູກຄ້າໄດ້.
-
ແຈ້ງເບີໂທທີ່ສາມາໃຊ້ໄດ້ຈິງ.
ເມືອປະຕິບັດຕາມຂັ້ນຕອນຕ່າງໆຕາມຂ້າງເທິງແລ້ວ ທາງພະນັກງານພວກເຮົາຈະມີການກວດສອບຂໍ້ມູນລຂອງທ່ານລູກຄ້າຢ່າງລະອຽດ ກ່ອນທີ່ຈະສາມາດອະນຸມັດຕາມລາຍການທີ່ທ່ານລູກຄ້າສັ່ງຈອງສິນຄ້ານັ້ນໄດ້

ພິມ-ອອກແບບປ້າຍຊື່
ພວກເຮົາໃຫ້ບໍລິການ ອອກແບບ,ພິມແລະຈຳໜ່າຍ ປ້າຍເສື້ອນັກຮຽນ ທີ່ມີຄຸນນະພາບ ແລະໃຫ້ທັງຄວາມງ່າຍໃນການໃສ່(ຕິດເສື້ອ) ສາມາດຖອດ-ໃສ່ຕາມຄວາມຕ້ອງການ
ວັດສະດຸທີ່ໃຊ້
ເມື່ອເຮົາອອກແບບແລະພິມອອກມາສຳເລັດແລ້ວ ພວກເຮົາກໍນຳເອົາ ປ້າຍນັ້ນມາເຂົ້າສູ່ຂະບວນການການເອົາມາເຄືອບຢາງ ຫລື ທີ່ມັກເອີ້ນກັນວ່າ ອັດແຂງນັ້ນເອງ ໂດຍໃຊ້ຄວາມຮ້ອນເພື່ອເຮັດໃຫ້ ຢາງພລາສຕິກນັ້ນອັດເປັນເນື້ອດຽວກັນ ບໍ່ມີຊ່ອງບ່ອນອາກາດ,ນ້ຳຫລືຝຸ່ນລະອອງ ທີ່ຈະສາມາດເຂົ້າໄປໄດ້ ເຊິ່ງຈະອອກແບບເປັນສູນຍາກາດ ເພື່ອເພີ່ມຄວາມທົນທານ ແລະຄວາມແຂງແກ່ນທີ່ດີຂຶ້ນ ຫລັງຈາກນັ້ນພວກເຮົາກໍ ນຳເອົາປ້າຍນັ້ນມາປະກອບເຂົ້າກັບ ບັອກປ້າຍໄວ້ແລ້ວກໍລີດຮ້ອນອີກເພື່ອປ້ອງກັນການຫລຸດຫລົ່ນຂອງປ້າຍ.
ລາຄາການຈຳໜ່າຍ.
1. ປະເພດທຳມະດາ
ພວກເຮົາຈຳໜ່າຍ ໂດຍອີງໃສ່ວັດສະດຸໃນການນຳໃຊ້ຕົວຈິງ ແລະອີງໃສ່ການນຳເຂົ້າລາຄາສິນຄ້າດ້ວຍເຊັ່ນກັນ ຖ້າຫາກລາຄາສິນຄ້າມີການປ່ຽນແປງ ເພີ່ມຫຼືຫຼຸດລົງພວກເຮົາກໍຈະປະຕິບັດຕາມມາດຕະການເຫຼົ່ານັ້ນດ້ວຍ. ປັດຈຸບັນພວກເຮົາຂາຍໃນລາຄາທີ່ນ້ອງໆສາມາດຈັບຕ້ອງໄດ້ໃນ ລາຄາ 10.000 ກີບເທົ່ານັ້ນ.
2. ປະເພດແບບຕາມສັ່ງ
ການບໍລິການ ແມ່ນການບໍລິການຕາມໃຈທ່ານລູກຄ້າ ເພື່ອສະໜອງຮູບແບບໃຫ້ແກ່ທ່ານລູກຄ້າ ບໍ່ວ່າຈະເປັນການຕົກແຕ່ງ ແບບອັກສອນ ,ເພີ່ມຮູບແບບສີສັນ ແລະລວດລາຍຕົວອັກສອນ ພວກເຮົາຈະມີການຄິດໄລ່ຄ່າເພີ່ມອີກຄື 15,000 ກີບ/ອັນເທົ່ານັ້ນ



ແບບຟຣ໌ອມເອກະສານທົ່ວໄປ
ຮ່າງເອກະສານຣາຊການແລະທົ່ວໄປ
ພວກເຮົາໄດ້ຈັດລຽງ ຮ່າງເອກະສານທີ່ໃຊ້ຫຼາຍທີ່ສຸດໃນຊີວິດປະຈຳວັນ ເຊິ່ງພວກເຮົາໄດ້ນຳນຳເອົາມາ ຈຳໜ່າຍໃຫ້ກັບລູກຄ້າຕາມຄວາມຮຽກຮ້ອງຕ້ອງການ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າແລະບຸກຄົນ,ນິຕິບຸກຄົນ ທທີ່ມີຄວາມຈຳເປັນໃນການທີ່ຈະໃຊ້ເອກະສານ
ປະເພດເອກະສານ
-
ໃບຢັ້ງຢືນທີ່ຢູ່.
-
ໃບຍົກຍ້າຍ.
-
ໃບຢັ້ງຢືນການຊື້-ຂາຍ.
-
ໃບຢັ້ງຢືນການຮັບປະກັນ.
-
ໃບຢັ້ງຢືນສະຖານະບຸກຄົນ.
-
ໃບຊີວະປະຫວັດຫຍໍ້.
-
ບົດບັນທຶກການສູ່ຂໍບ່າວ-ສາວ.
-
ບົດບັນທຶກການຢ່າຮ້າງ.
-
ຮ່າງຄຳຮ້ອງຂໍຈົດທະບຽນແຕ່ງງານ.
-
ຮ່າງສັນຍາການກູ້ເງິນ.
-
ຮ່າງສັນຍາການຄ້ຳປະກັນການກູ້ເງິນ.
-
ຮ່າງຄຳຮ້ອງຟ້ອງ.
-
ຮ່າງສັນຍາການຊື້-ຂາຍກຳມະສິດທີ່ດິນ.
-
ຮ່າງສັນຍາການເຊົ່າເຮືອນ.
-
ຮ່າງເຮັດພັສປອຣ໌ດ

ອອກແບບດີໄຊນ໌ເອກະສານ
ການອອກແບບເອກກະສານ
ປະເພດທີ່ຮອງຮັບໃນການອອກແບບ
-
ອອກແບບ ລັກສະນະເອກະສານ.
ພວກເຮົາ ຮັບອອກແບບລັກສະນະເອກະສານ ບໍ່ວ່າຈະເປັນ ເອກະສານ ບົດລາຍງານ,ບົດສອນ,ບົດຮຽນ,ປຶ້ມເພງ,ປຶ້ມຄູ່ມື ແລະເອກະສານທົ່ວໄປ, ເຊິ່ງພວກເຮົາສາມາດຮັບຕາມທີ່ທ່ານລູກຄ້າສົນໃຈ ຫຼືຕ້ອງການຮູບທີ່ຕົນເອງມັກຫຼືຕ້ອງການອີກດ້ວຍ.
-
ອອກແບບໜ້າປົກເອກະສານ.
ການອອກແບບໜ້າປົກແມ່ນພວກເຮົາ ຈະອອກແບບຕາມລັກສະນະເອກະສານ ຄືຕາມເນື້ອໃນໃຈຄວາມ ເປັນແບບທຳມະດາ, ແຕ່ຖ້າຫາກລູກຄ້າຕ້ອງການຢາກໄດ້ໜ້າປົກໃນແບບທີ່ຕ້ອງການຫຼືແບບພຣີມ້ຽມ ທ່ານລູກຄ້າສາມາດສັ່ງຕາມທີ່ຕ້ອງການໄດ້ເລີຍ ແຕ່ແພັກເກຈຈະສູງຂຶ້ນຕາມຮູບຮູບແບບເອກະສານເຊັ່ນກັນ.
-
ອອກແບບສາລະບານ.
ສາລະບານ ແມ່ນສິ່ງທີ່ສຳຄັນທີ່ເອກະສານທຸກເຫຼັ້ມຄວນຈະມີ ແຕ່ຖ້າຫາກທ່ານລູກຄ້າຕ້ອງທີ່ຈະສັ່ງອອກແບບ ສາລະບານໃນແບບພິເສດຫຼືແບບພຣີມ້ຽມ ແມ່ນແພັກເກຈຈະມີລາຄາສູງຂຶ້ນຕາມໆກັນໄປ